ແບບສອບຖາມນີ້ມີຈຸດປະສົງເພື່ອເຂົ້າໃຈສະພາບທາງສັງຄົມຂອງຄູ່ຮັກຄົນອາຊີ - ແບນຊິກທີ່ດຳລົງຊີວິດຢູ່ແບນຊິກ. ກຸ່ມເປົ້າຫມາຍແມ່ນແນໃສ່ຄູ່ຮັກ ທີ່ຜູ້ໜຶ່ງມີສັນຊາດແບນຊິກ ແລະ ອີກຜູ້ໜຶ່ງແມ່ນ ມາຈາກອາຊີ (ຈີນ , ຍີ່ປຸ່ນ , ລາວ, ຟີລິບປິນ, ໄທ, ເກົາຫຼີໃຕ້ ແລະ ຫວຽດນາມ), ເຊີ່ງບ່ໍຈໍາກັດ ເພດສະພາບ ຫຼື ເພດທາງເລືອກຂອງພວກເຂົາ. ໃນນີ້ແມ່ນຈະສອບຖາມກ່ຽວກັບປະສົບການ ແລະ ຮູບແບບຂອງຊີວິດຄູ່ຂອງກຸ່ມເປົ້າຫມາຍ (ເຊັ່ນ ພາສາທີ່ໃຊສື່ສານຢູ່ພາຍໃນເຮືອນ ຫຼື ການແບ່ງວຽກງານພາຍໃນຄົວເຮືອນ). ນອກຈາກນີ້ ແມ່ນແນໃສ່ການສຶກສາຂໍ້ມູນ ກ່ຽວກັບບັນຫາແລະສິ່ງທ້າທາຍຕ່າງໆທີ່ຄູ່ຮັກຄົນອາຊີ - ແບນຊິກ ພົບພໍ້ໃນຊີວິດປະຈໍາວັນຂອງພວກເຂົາ. ຖ້າທ່ານເຂົ້າຮວ່ມໃນການສໍາຫຼວດຄັ້ງນີ້ ແມ່ນ ທ່ານໄດ້ປະກອບສວ່ນເຂົ້າໃນການພັດທະນາວຽກງານການຄົ້ນຄ້ວາຂອງຂະແໜງວິທະຍາສາດສັງຄົມ ພອ້ມທັງຊວ່ຍໃຫ້ຄວາມແຈ່ມແຈ້ງຂຶ້ນກ່ຽວກັບສະພາບສັງຄົມ ຂອງຄູ່ຮັກຕ່າງຊາດຕ່າງວັດທະນະທໍາ.
ແບບສອບຖາມນີ້ປະກອບມີ 5 ພາກສວ່ນຄື: ຂໍ້ມູນກ່ຽວກັບປະຊາກອນສັງຄົມ (ອາຍຸ, ສັນຊາດ, ລະດັບການສືກສາ, ສະຖານະພາບພົນລະເມືອງ, ການປະກອບອາຊີບ ແລະ ການມີ ຫລື ບ່ໍມີລູກ), ການ ສ້າງຄູ່ ຫລື ຄອບຄວົ (ຂໍ້ມູນກ່ຽວກັບ ປະຊາກອນສັງຄົມຂອງຄົນຮັກທ່ານ, ຂໍ້ມູນກ່ຽວກັບການພົບກັນ ແລະ ການເລີ່ມຕົ້ນຄວາມສໍາພັນຂອງທ່ານ),ການເຄື່ອນຍ້າຍ ແລະ ການຕັ້ງຖິ່ນຖານ (ວີຊາ, ການໄດ້ຮັບສັນຊາດແບນຊິກ, ການໄດ້ຮ້ບຊັບສິນ ), ປະສົບການຊີວິດຄູ່ / ຄອບຄົວ (ພາສາ, ການແບ່ງວຽກພາຍໃນຄົວເຮຶອນ, ການລ້ຽງລູກ ຫຼື ການເຂົ້າເຖິງຕະຫຼາດແຮງງານ), ການວາງແຜນອະນາຄົດ ແລະ ຄວາມຄິດເຫັນຂອງທ່ານກ່ຽວກັບບັນຫາດັ່ງກ່າວ. ຖ້າທ່ານຮູ້ສຶກວ່າຄໍາຖາມບາງຂໍ້ກ່ຽວຂ້ອງຄວາມເປັນສວ່ນຕົວ ຂອງທ່ານເກີນໄປ, ທ່ານມີສິດເລືອກທີ່ຈະບ່ໍຕອບຄໍາຖາມເຫລົ່ານັ້ນ .
ການສໍາຫຼວດຄັ້ງນີ້ແມ່ນເປັນສວ່ນໜຶ່ງຂອງການຄົ້ນຄວ້າກ່ຽວກັບ "Situated mixedness in a “super-diverse” context: the case of Belgian-Asian couples in Belgium" (ການປະສົມປະສານໃນບໍລິບົດທີ່ຫລາກຫລາຍ : ກໍລະນີຂອງຄູ່ຮັກຄົນອາຊີ - ແບນຊິກ ໃນປະເທດແບນຊິກ). ການຄົ້ນຄ້ວານີ້ແມ່ນໄດ້ຮ້ບທຶນສະໜັບສະໜູນ ຈາກ ກອງທຶນຄົ້ນຄວ້າວິທະຍາສາດແຫງ່ຊາດຂອງແບນຊິກ (FRS-FNRS) ແລະ ນໍາພາໂດຍ ທິມງານຄົ້ນຄ້ວາຊື່ວ່າ Belmix ຈາກມະຫາວິທະຍາໄລເສລີບຸກແຊນ(ULB), ພ້ອມທັງ ຜູ້ຄວບຄຸມຂໍ້ມູນການຄົ້ນຄວ້າ ພາຍໃຕ້ກົດລະບຽບການປົກປ້ອງຂໍ້ມູນທົ່ວໄປ ຂອງສະຫະພາບເອີຣົບ (EU GDPR). ທ່ານສາມາດຊອກຫາຂໍ້ມູນເພີ່ມເຕີມ ກ່ຽວກັບໂຄງການຄົ້ນຄວ້າ ແລະ ກິດຈະກໍາຕ່າງໆຂອງພວກເຮົາໄດ້ຜ່ານເວບໄຊທຂອງພວກເຮົາ: (https://belmix.net) ເຊີ່ງເປັນເວັບໄຊທີ່ທ່ານສາມາດເຂົ້າເຖິງຜົນຂອງການສໍາຫຼວດຄັ້ງນີ້.
ສະບາຍດີ ແລະ ຍິນດີຕ້ອນຮັບສູ່ແບບສອບຖາມຂອງພວກເຮົາ:
ແບບສອບຖາມນີ້ກ່ຽວຂ້ອງກັບທ່ານ, ຖ້າຫາກວ່າ:
- ທ່ານເປັນຄົນແບນຊິກ ແລະ ທ່ານ (ເຄີຍ) ມີຄວາມສຳພັນ ກັບ ຄົນ ຈີນ, ຟີລິບປິນ, ຍີ່ປຸ່ນ, ລາວ, ເກົາຫຼີໃຕ້, ໄທ ຫຼື ຫວຽດນາມ
ຫຼື
- ທ່ານເປັນຄົນຈີນ, ຟີລິບປິນ, ຍີ່ປຸ່ນ, ລາວ, ເກົາຫຼີໃຕ້, ໄທ ຫຼື ຫວຽດນາມ ແລະ ທ່ານ (ເຄີຍ) ມີຄວາມສຳພັນ ກັບ ຄົນແບນຊິກ
ແລະ
- ພວກທ່ານທັງສອງ (ເຄີຍ) ດຳລົງຊີວິດຢູ່ແບນຊິກ
ການຕອບແບບສອບຖາມໃຊ້ເວລາປະມານ 15 ຫາ 20 ນາທີ. ຄໍາຖາມມີທັງໝົດ 75 ຂໍ້. ກະລຸນາເລືອກເອົາຄໍາຕອບ ຫຼື ຂຽນຄໍາຕອບໃສ່ບ່ອນຫວ່າງ.
ຂອບໃຈທີ່ທ່ານເສຍສະຫຼະເວລາຂອງທ່ານໃນການໃຫ້ຄວາມຊວ່ຍເຫລືອຕໍ່ວຽກງານການຄົ້ນຄວ້ານີ້ !